The Blog

ການສຳຫຼວດຊີ້ ຂຸມຝັງສົບໃນທົ່ງໄຫຫິນອີກຫຼາຍພັນຂຸມອາດມີສົບເດັກນ້ອຍ-ເດັກເກີດໃໝ່ຈຳນວນຫຼາຍ

ທົ່ງໄຫຫິນຊຽງຂວາງທີ່ຫາກໍຖືກຂຶ້ນທະບຽນຈາກອົງການຢູເນສໂກໃຫ້ເປັນມໍລະດົກໂລກເມື່ອເດືອນກໍລະກົດທີ່ຜ່່ານມາ ເປັນພື້ນທີ່ໜຶ່ງທີ່ເຮັດໃຫ້ນັກບູຮານວິທະຍາ ແລະ ນັກປະຫວັດສາດຫຼົງໃຫຼ ແລະ ງົງງວາຍໃນຂະນະດຽວກັນ ໂດຍຄັ້ງທຳອິດທີ່ໄດ້ຮັບການບັນທຶກທາງໄວ້ທາງວິທະຍາສາດ ແມ່ນມີຂຶ້ນໃນຊຸມປີ 1930. ເປັນເວລາຫຼາຍສະຕະວັດທີ່ຜ່່ານມາ ໄຫຫິນຂະໜາດໃຫຍ່ໄດ້ມີການພົວພັນກັບຂຸມສົບທີ່ບັນຈຸຮ່າງຂອງມະນຸດຍຸກບູຮານໄວ້. ແຕ່ຮ່າງດັ່ງກ່າວມາຢູ່ບ່ອນນັ້ນໄດ້ແນວໃດ ແລະ ຕອນນັ້ນເກີດຫຍັງຂຶ້ນ? ນັ້ນຍັງຄົງເປັນປິດສະໜາທີ່ຕອນນີ້ນັກຄົ້ນຄວ້າໄດ້ເລີ່ມຈັບເອົາຂໍ້ມູນທີ່ຄົ້ນພົບມາຕິດຕໍ່ເຂົ້າກັນເພື່ອໄຂຂໍ້ສົງໄສດັ່ງກ່າວ.

ທ່ານນາງ ຫຼຸຍ ຊີແວນ ຈາກມະຫາວິທະຍາໄລເມລເບີນ ປະເທດອອສເຕຣເລຍ ເຊິ່ງເປັນຜູ້ນຳພາການສຳຫຼວດຄົ້ນຄວ້າກ່າວຕໍ່ເວັບໄຊ IFLScience ວ່າ ພື້ນທີ່ດັ່ງກ່າວນີ້ອັດສະຈັນໃຈຫຼາຍ ເພາະເປັນຊາກເສດເຫຼືອຂອງພິທີກຳການຝັງສົບຂອງວັດທະນະທຳທີ່ມີເອກະລັກ ທີ່ສູນຫາຍໄປແຕ່ດົນນານແລ້ວ.

ແນວໃດກໍຕາມ ຍັງມີຫຼາຍບັນຫາທີ່ຕ້ອງໄດ້ສຶກສາກັນຕໍ່ໄປ. ການຂຸດຄົ້ນສຳຫຼວດໃນເຂດ 1 ທີ່ບ້ານອ່າງ ເຊິ່ງມີໄຫຫິນເກືອບ 400 ໜ່ວຍ ຊີ້ວ່າ ໄຫທີ່ໃຊ້ໃນພິທີກຳການຝັງສົບໃນພື້ນທີ່ນີ້ ຄວາມຈິງແລ້ວອາດມີຈຳນວນຫຼາຍພັນໜ່ວຍ. ຄະນະຄົ້ນຄວ້າພົບຫຼັກຖານເປັນສົບຂອງເດັກນ້ອຍ ແລະ ເດັກເກີດໃໝ່ ທີ່ອາດເສຍຊີວິດຈາກການຂາດສານອາຫານ ຫຼື ພະຍາດທີ່ເຮັດໃຫ້ການເຕີບໂຕຂອງປະຊາກອນຢຸດຊະງັກລົງ ເປັນອັດຕາສູງ. ນັກຄົ້ນຄວ້າພົບວ່າ ຂຸມຝັງສົບໃຊ້ກັບຄົນທຸກເກນອາຍຸ ແລະ ທຸກເພດ. ຫຼາຍກວ່າ 60% ຂອງຮ່າງທີ່ພົບຈຳນວນ 18 ຮ່າງທີ່ຖືກບັນທຶກໄວ້ ເປັນຂອງເດັກນ້ອຍເກີດໃໝ່ ຫຼື ເດັກນ້ອຍ ເຊິ່ງເກືອບເຄິ່ງໜຶ່ງເສຍຊີວິດໃນຂະນະທີ່ຍັງຢູ່ໃນມົດລູກ ຫຼື ຫຼັງເກີດໄດ້ບໍ່ດົນ. ພ້ອມນີ້ 4 ລາຍຈາກທັງໝົດທີ່ພົບມີປັນຫາກ່ຽວກັບການຂະຫຍາຍໂຕຂອງຜິວເຄືອບແຂ້ວ ທີ່ຊີ້ເຖິງການເຕີບໂຕຢຸດຊະງັກ ເຊິ່ງອາດມາຈາກການໄດ້ຮັບສານອາຫານບໍ່ພຽງພໍ ຫຼື ຈາກພະຍາດຕ່າງໆ.

ຈາກການຂຸດຄົ້ນເຂດ 1, ທີມຄົ້ນຄວ້າຍັງລະບຸໄດ້ປະເພດຂອງພິທີກຳຝັງສົບ 3 ແບບຄື: ການຝັງກະດູກມະນຸດແບບທຸຕິຍະພູມ, ການຝັງເສດຊາດຂອງມະນຸດແບບທຸຕິຍະພູມໃນໂຖດິນເຜົາ ແລະ ການຝັງສົບມະນຸດສອງຄົນແບບປະຖົມພູມ.

ໄຫຫິນທີ່ໃຫຍ່ທີ່ສຸດ / ພາບ: Louise Shewan

ນັກຄົ້ນຄວ້າຢັ້ງຢືນການຄົ້ນພົ້ນຂັ້ນຕົ້ນໃນພື້ນທີ່ເຂດອື່ນໆວ່າ ພົບທາງຍ່າງທີ່ເຮັດຈາກຫິນຊາຍອ້ອມຮອບໄຫຫິນ ພ້ອມທັງຂຸມຝັງສົບແບບທຸຕິຍະພູມ ແລະ ກະດູກທີ່ບັນຈຸໃນພາຊະນະດິນເຜົາ. ພ້ອມນີ້ ນັກຄົ້ນຄວ້າຍັງພົບສາຍຄໍ ແລະ ລູກແກ້ວ ຮວມທັງພາຊະນະດິນເຜົາຂະໜາດນ້ອຍ ແລະ ຕຸ້ມຫູເປັນແຜ່ນມົນອີກດ້ວຍ. ທັງນີ້ ພິທີກຳການຝັງສົບທີ່ພົບໃນບໍລິເວນທົ່ງໄຫຫິນ ມີຄວາມແຕກຕ່າງຈາກພິທີກຳການຝັງສົບທີ່ໃຊ້ໄຫຢູ່ໃນພື້ນທີ່ອື່ນໆໃນເອເຊຍຕາເວັນອອກສ່ຽງໃຕ້ ເຊິ່ງມີການນຳໃຊ້ວັດຖຸຫຼາຍຢ່າງ ເປັນຕົ້ນແມ່ນ: ເຄື່ອງປະດັບ ແລະ ວັດຖຸທີ່ເຮັດຈາກເຫຼັກ, ທອງແດງ ແລະ ຫິນ.

ເຂດ 1 ເປັນພື້ນທີ່ຫຼັກທີ່ມີລັກສະນະສຳຄັນໃນການຝັງສົບ ແລະ ມີຂຶ້ນມາເປັນເວລາດົນນານ. ແນວໃດກໍຕາມ ຂໍ້ມູນທີ່ເຮົາຮູ້ກ່ຽວກັບວັດທະນະທຳທີ່ສ້າງໄຫເຫຼົ່ານີ້ຂຶ້ນມາແມ່ນມີໜ້ອຍຫຼາຍ ແລະ ນີ້ເປັນໜຶ່ງໃນສິ່ງທີ່ຄະນະຄົ້ນຄວ້າມີຄວາມສົນໃຈຢາກຮູ້ເປັນຫຼັກ.

ພາຊະນະບັນດິນເຜົາທີ່ບັນຈຸກະດູກ ທີ່ພົບໃນພື້ນທີ່ທົ່ງໄຫຫິນ / ພາບ: Plain of Jars Research Project 2016

ເຖິງວ່າການທົດສອບທາງວິທະຍາສາດຈະພົບວ່າ ພື້ນທີ່ເຂດຕ່າງໆມີອາຍຸຍ້ອນກັບໄປເຖິງ 8,200 ປີ ເຖິງ 1,200 ກ່ອນ ຄສ ແຕ່ທົ່ງໄຫຫິນມີອາຍຸທີ່ໜ້ອຍກວ່ານັ້ນ ແລະ ຄາດວ່າຈະສ້າງຂຶ້ນໃນໄລຍະສະຕະວັດທີ 12-13. ພ້ອມນີ້ ໃນຕົ້ນປີທີ່ຜ່ານມາ ມີການຄົ້ນພົບໄຫຫິນອາຍຸ 1,000 ປີເພີ່ມອີກກວ່າ 100 ໜ່ວຍໃນພື້ນທີ່ 15 ແຫ່ງໃນລາວ. ທ່ານ ນາງ ຊີແວນກ່າວວ່າ ຄະນະຄົ້ນຄວ້າຈະຂຸດຄົ້ນເຂດອື່ນໆໃນພື້ນທີ່ນີ້ ແລະ ສືບຕໍ່ວິເຄາະໄຫຫິນ ເພື່ອຊອກຮູ້ເພີ່ມເຕີມກ່ຽວກັບອາລະຍະທຳບູຮານທີ່ເປັນຜູ້ປະຕິບັດພິທີກຳຝັງສົບໃນພື້ນທີ່ດັ່ງກ່າວນີ້.

ຂໍຂອບໃຈ

ຂໍ້ມູນ : iflscience , cambridge.org , Muan.la

ພາບ : Louise Shewan

Leave a Comment

Your email address will not be published.

ten + fifteen =